Department of National Defense - Philippines Secretary Gilberto C. Teodoro, Jr. led the Philippine delegation to the 18th ASEAN Defense Ministers’ Meeting (ADMM) and 11th ADMM-Plus held in Vientiane on 19-22 November.
The 18th ADMM adopted the Vientiane Declaration of the ASEAN Defense Ministers’ Meeting on ASEAN: Together for Peace, Security, and Resilience. The document highlights the role of ASEAN Centrality, international law including the 1982 UNCLOS, and deepening defense and security cooperation in ensuring a stable region and effectively responding to common security challenges.
On 20 November, Secretary Teodoro, along with Ambassador Deena Joy Amatong and DND Undersecretary Ignacio Madriaga, met with Lao Deputy Prime Minister and Minister of National Defense General Chansamone Chanyalath, to sign the Memorandum of Understanding on Defense Cooperation Between the Philippines and the Lao PDR. During the meeting, both sides expressed commitment to furthering cooperation in people exchanges and training courses, humanitarian assistance and disaster relief (HADR), disaster risk reduction, and building resilience.
Among his other activities, Secretary Teodoro also participated in the Australia-Japan-Philippines-Republic of Korea-United States Defense Ministers’ Meeting, and met bilaterally with some of his counterparts. In his engagements, the Secretary pushed for, among others, maritime security, HADR, regional security and stability, and commitment to lasting peace with partner countries.
#PHinLaoPDR
ທ່ານລັດຖະມົນຕີກະຊວງປ້ອງກັນປະເທດ ທ່ານ Gilberto C. Teodoro Jr. ໄດ້ນຳພາຄະນະຜູ້ແທນຟີລິບປີນເຂົ້າຮ່ວມກອງປະຊຸມລັດຖະມົນຕີປ້ອງກັນປະເທດອາຊຽນ (ADMM) ຄັ້ງທີ 18 ແລະ ອາຊຽນ-ບວກ (ADMM-Plus) ຄັ້ງທີ 11 ທີ່ຈັດຂຶ້ນຢູ່ນະຄອນຫຼວງວຽງຈັນແຕ່ວັນທີ 19-22 ພະຈິກນີ້.
ກອງປະຊຸມ ADMM ຄັ້ງທີ 18 ນີ້ໄດ້ຮັບຮອງເອົາຖະແຫຼງການວຽງຈັນຂອງກອງປະຊຸມລັດຖະມົນຕີປ້ອງກັນປະເທດອາຊຽນວ່າດ້ວຍ ການຮ່ວມມືກັນເພື່ອສັນຕິພາບ, ຄວາມໝັ້ນຄົງ ແລະ ຄວາມເຂັ້ມແຂງ. ເອກະສານດັ່ງກ່າວໄດ້ຍົກໃຫ້ເຫັນບົດບາດຂອງຄວາມເປັນໃຈກາງຂອງອາຊຽນ, ກົດໝາຍສາກົນເຊັ່ນ UNCLOS ປີ 1982, ຊຸກຍູ້ການຮ່ວມມືດ້ານປ້ອງກັນຊາດ-ປ້ອງກັນຄວາມສະຫງົບຢ່າງສຸດຂີດເພື່ອຮັບປະກັນພາກພື້ນທີ່ໝັ້ນຄົງ ແລະ ເພື່ອຮ່ວມກັນຕອບສະໜອງບັນດາສິ່ງທ້າທາຍດ້ານຄວາມໝັ້ນຄົງຢ່າງມີປະສິດທິຜົນ.
ວັນທີ 20 ພະຈິກ, ທ່ານລັດຖະມົນຕີ Teodoro ພ້ອມກັບເອກອັກຄະລັດຖະທູດ ທ່ານນາງ Deena Joy Amatong ແລະ ຮອງລັດຖະມົນຕີກະຊວງປ້ອງກັນປະເທດທ່ານ DND Ignacio Madriaga ເຂົ້າພົບປະສອງຝ່າຍກັບທ່ານພົນເອກ ຈັນສະໝອນ ຈັນຍາລາດ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດລາວ ເພື່ອລົງນາມໃນບົດບັນທຶກຄວາມເຂົ້າໃຈກ່ຽວກັບການຮ່ວມມືດ້ານປ້ອງກັນປະເທດລະຫວ່າງຟີລິບປິນ - ສປປ ລາວ. ການພົບໃນຄັ້ງນີ້, ທັງສອງຝ່າຍໄດ້ສະແດງໃຫ້ເຫັນຄຳໝັ້ນສັນຍາສືບຕໍ່ເພີ່ມທະວີການຮ່ວມມືໃນການແລກປ່ຽນທາງດ້ານບຸກຄະລາກອນ ແລະ ຝຶກອົບຮົມ, ການຊ່ວຍເຫຼືອດ້ານມະນຸດສະທຳ ແລະ ການໃຫ້ການຊ່ວຍເຫລືອໃນການບັນເທົາທຸກທາງດ້ານໄພພິບັດ (HADR), ການຫຼຸດຜ່ອນຄວາມສ່ຽງຈາກໄພພິບັດ, ແລະ ສ້າງຄວາມເຂັ້ມແຂງ.
ນອກນັ້ນ, ທ່ານລັດຖະມົນຕີ Teodoro ຍັງໄດ້ເຂົ້າຮ່ວມກອງປະຊຸມລັດຖະມົນຕີປ້ອງກັນປະເທດ ອົດສະຕາລີ - ຍີ່ປຸ່ນ - ຟີລິບປິນ - ສ.ເກົາຫຼີ - ອາເມລິກາ, ແລະ ໄດ້ພົບປະສອງຝ່າຍກັບຄູ່ຮ່ວມມືບາງພາກສ່ວນ. ໃນວຽກງານການເຄື່ອນໄຫວນີ້, ທ່ານລັດຖະມົນຕີໄດ້ຊຸກຍູ້ບັນດາບັນຫາຄວາມໝັ້ນຄົງທາງທະເລ, ການໃຫ້ການຊ່ວຍເຫລືອໃນການບັນເທົາທຸກທາງດ້ານໄພພິບັດ (HADR), ຄວາມໝັ້ນຄົງ ແລະ ສະຖຽນລະພາບຂອງພາກພື້ນ, ແລະ ຄຳໝັ້ນສັນຍາເພື່ອສັນຕິພາບທີ່ໝັ້ນຄົງກັບບັນດາປະເທດຄູ່ຮ່ວມມື.