MENU

464872658 936917498491335 8905468375253848306 n

Philippine textiles including piña and other regional weaves are showcased by HABI: The Philippine Textile Council at the Lao Handicraft Festival 2024 which started on 26 October and will run until 03 November 2024 at the Lao ITECC in Vientiane. The Embassy also displayed some textiles from its Sentro Rizal collection like T’nalak, Yakan, Inabel, Solito and Inaul, among others.

The opening ceremony was attended by Lao Deputy Prime Minister Kikeo Khaykhamphithoun, Madame Naly Sisoulith, spouse of President Thongloun Sisoulith, Vice Minister of Industry and Commerce Manothong Vongsay, officials of the Lao Handicraft Association and organizers of the Lao Handicraft Festival 2024, families and senior members of the Party and government leaders, ambassadors and representatives of international organizations, and members of the business community. HABI was mentioned as one of the exhibitors of the Festival which serves as a platform for learning, education and appreciation of handicrafts and, thus, helps in job creation and national development.

HABI: The Philippine Textile Council is a non-governmental organization which aims “to preserve, promote, and enhance Philippine textiles through education, communication, and research using public and private resources.”

(Lao translation)

ແຜ່ນແພຂອງຟີລິບປິນ ທີ່ປະກອບມີ piña ແລະ ຜ້າຖັກແສ່ວຈາກພາກພື້ນພາຍໃນປະເທດ ແມ່ນໄດ້ຖືກວາງສະແດງໂດຍ HABI: ສະພາຕຳແຜ່ນແພຟີລິບປິນໄດ້ເຂົ້າຮ່ວມໃນງານມະຫະກຳຫັດຖະກຳລາວ 2024 ເຊິ່ງເລີ່ມແຕ່ວັນທີ 26 ຕຸລາ ແລະ ຈະດຳເນີນໄປຮອດວັນທີ 03 ພະຈິກ 2024 ທີ່ ສູນການຄ້າລາວໄອເຕັກ ນະຄອນຫຼວງວຽງຈັນ. ທາງສະຖານທູດ​ຟິລິບປິນຍັງ​ໄດ້​ວາງສະ​ແດງ​ແຜ່ນ​ແພ​ບາງສ່ວນ​ຈາກ​ Sentro Rizal collection ​ເຊັ່ນ T'nalak, Yakan, Inabel, Solito ແລະ Inaul, ​ແລະ ອື່ນໆ.

ການເປີດພິທີແມ່ນໄດ້ຮັບກຽດເຂົ້າຮ່ວມໂດຍທ່ານ ທ່ານ ກິແກ້ວ ໄຂຄຳພິທູນ ຮອງນາຍົກລັດຖະມົນຕີ ແຫ່ງ ສປປ ລາວ, ທ່ານ ນາງ ນາລີ ສີສຸລິດ, ພັນລະຍາ ຂອງປະທານປະເທດ ພະນະທ່ານ ທອງລຸນ ສີສຸລິດ, ທ່ານ ມະໂນທອງ ວົງໄຊ ຮອງລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ, ພະນັກງານສະມາຄົມຫັດຖະກຳລາວ ແລະ ຄະນະຈັດງານມະຫາກຳຫັດຖະກຳລາວ 2024, ຄອບຄົວ ແລະ ເຈົ້າໜ້າທີ່ອາວຸໂສ, ສະມາຊິກ​ພັກ ​ແລະ ການ​ນຳ​ລັດຖະບານ, ​ເອກ​ອັກຄະ​ລັດຖະທູດ ​ແລະ ຜູ້ຕາງໜ້າ​ບັນດາ​ອົງການ​ຈັດ​ຕັ້ງ​ສາກົນ ​ແລະ ບັນດາ​ສະມາຊິກ​ໃນ​ວົງ​ການ​ທຸລະ​ກິດ. HABI ໄດ້ຖືກກ່າວເຖິງວ່າເປັນຫນຶ່ງໃນງານວາງສະແດງທີ່ກາຍເປັນເວທີການຮຽນຮູ້, ການສຶກສາ ແລະ ການຍ້ອງຍໍເຄື່ອງຫັດຖະກໍາ, ໃນນັ້ນ, ຍັງເປັນພາກສ່ວນທີ່ຊ່ວຍໃນການສ້າງວຽກເຮັດງານທໍາ ແລະ ການພັດທະນາປະເທດຊາດອີກດ້ວຍ.

HABI: ສະພາຕຳແຜ່ນແພຂອງຟີລິບປິນແມ່ນອົງການທີ່ບໍ່ຂຶ້ນກັບລັດຖະບານທີ່ມີຈຸດປະສົງ "ເພື່ອປົກປັກຮັກສາ, ສົ່ງເສີມ, ແລະ ເສີມຂະຫຍາຍແຜ່ນແພຂອງຟີລິບປິນໂດຍຜ່ານການສຶກສາ, ການສື່ສານ, ແລະ ການຄົ້ນຄວ້າໂດຍໃຊ້ຊັບພະຍາກອນຂອງລັດ ແລະ ເອກະຊົນ."

LHF 2024 Joomla 2

LHF 2024 Joomla 3

LHF 2024 Joomla 4