University of the Cordilleras instructors and scientists, Ms. Aldith Mirador and Ms. Stefany Caliao, and their adviser, Ms. Melinda Beninsig, participated in the ASEAN Data Science Explorers (DSE) Regional Finals 2024 held on 23 October 2024 at the ICTC Center in Vientiane. Congressman Marquez Go, who is in Vientiane for the 45th ASEAN Inter-Parliamentary Assembly (AIPA), and Ambassador Deena Joy Amatong threw their support behind the finalists.
The finalists pitched their project for a waste management app called ALERTRASH that could help promote zero-waste and address waste disposal violations.
Officials from the Lao Ministry of Education and Sports (MOES), ASEAN Department of the Ministry of Foreign Affairs (MOFA), National University of Laos (NUOL), embassies of ASEAN members in Vientiane, United Nations Development Program (UNDP) attended and judged the projects. The competition was organized by The ASEAN Foundation and funded by SAP.
The team from Vietnam, which presented a solution for ocean acidification and energy insecurity for sustainable blue economy development through innovative use of data, emerged victorious.
With the large participation, the ASEAN DSE competition managed to achieve its objective of enhancing awareness and appreciation of the ASEAN community among the ASEAN youth and tackling current socio-economic issues through data analytics proposals. The ASEAN DSE is listed under the ASEAN Work Plan on Youth 2021-2025. After the competition, the ASEAN youth participants will participate in several activities to be conducted in the Lao PDR including immersions and visits, where they will learn first-hand some of the country’s collaborative inclusivity and sustainability initiatives.
(Lao translation)
ອາຈານ ແລະ ນັກວິທະຍາສາດຈາກມະຫາວິທະຍາໄລ Cordilleras ທ່ານ ນາງ Aldith Mirador ແລະ ທ່ານ ນາງ Stefany Caliao ພ້ອມດ້ວຍທີ່ປຶກສາ ທ່ານນາງ Melinda Beninsig, ໄດ້ເຂົ້າຮ່ວມໃນກອງປະຊຸມ ASEAN Data Science Explorers (DSE) Regional Finals 2024 ທີ່ຈັດຂຶ້ນໃນວັນທີ 23 ຕຸລາ 2024 ທີ່ສູນ ICTC ນະຄອນຫລວງວຽງຈັນ. ທ່ານ Marquez Go ສະມາຊິກສະພາສູງທີ່ຢູ່ນະຄອນຫຼວງວຽງຈັນ ເພື່ອເຂົ້າຮ່ວມກອງປະຊຸມສະມັດຊາໃຫຍ່ລັດຖະສະພາລະຫວ່າງຊາດອາຊຽນ (AIPA) ຄັ້ງທີ 45 ແລະ ທ່ານ ນາງ Deena Joy Amatong ເອກອັກຄະລັດຖະທູດ ກໍໄດ້ໃຫ້ການສະໜັບສະໜູນແກ່ຜູ້ເຂົ້າຮອບສຸດທ້າຍຈາກປະເທດຟິລິບປິນ.
ຜູ້ເຂົ້າຮອບສຸດທ້າຍຈາກປະເທດຟິລິບປິນໄດ້ນໍາສະເໜີໂຄງການ ແອັບການຈັດການສິ່ງເສດເຫຼືອ ທີ່ມີຊື່ວ່າ ALERTRASH ທີ່ສາມາດຊ່ວຍສົ່ງເສີມ zero-waste ແລະ ແກ້ໄຂການລະເມີດການກໍາຈັດສິ່ງເສດເຫຼືອ.
ໃນນັ້ນມີ ພະນັກງານຈາກກະຊວງສຶກສາທິການ ແລະ ກິລາລາວ, ກົມອາຊຽນ ກະຊວງການຕ່າງປະເທດ, ມະຫາວິທະຍາໄລແຫ່ງຊາດ (ມຊ), ສະຖານທູດສະມາຊິກອາຊຽນ ປະຈໍານະຄອນຫຼວງວຽງຈັນ, ອົງການສະຫະປະຊາຊາດເພື່ອການພັດທະນາ (UNDP) ໃນການເຂົ້າຮ່ວມ ແລະ ຕັດສິນບັນດາໂຄງການຕ່າງໆທີ່ເຂົ້າຮ່ວມ. ການແຂ່ງຂັນແມ່ນຈັດໂດຍ The ASEAN Foundation ແລະ ໄດ້ຮັບການສະໜັບສະໜູນໂດຍ SAP.
ທີມທີ່ຊະນະ ແມ່ນທີມຈາກປະເທດຫວຽດນາມ ເຊິ່ງໄດ້ນໍາສະເຫນີການແກ້ໄຂບັນຫາຄວາມເປັນກົດດ່າງໃນມະຫາສະຫມຸດ ແລະ ຄວາມບໍ່ຫມັ້ນຄົງດ້ານພະລັງງານສໍາລັບການພັດທະນາເສດຖະກິດສີຟ້າແບບຍືນຍົງໂດຍຜ່ານການນໍາໃຊ້ນະວັດກໍາດ້ານຂໍ້ມູນ.
ຈາກການທີ່ມີຜູ້ເຂົ້າຮ່ວມແຂງຂັນຢ່າງຫຼວງຫຼາຍນັ້ນ ເຮັດໃຫ້ການແຂ່ງຂັນ DSE ອາຊຽນ ໄດ້ບັນລຸເປົ້າໝາຍເພື່ອເພີ່ມຄວາມຮັບຮູ້ ແລະ ຄວາມຮູ້ບຸນຄຸນຂອງປະຊາຄົມອາຊຽນ ໃນບັນດາຊາວໜຸ່ມອາຊຽນ ແລະ ແກ້ໄຂບັນຫາເສດຖະກິດ-ສັງຄົມໃນປັດຈຸບັນ ຜ່ານບົດສະເໜີວິເຄາະຂໍ້ມູນ. ເຊິ່ງ ASEAN DSE ແມ່ນໄດ້ລະບຸໄວ້ພາຍໃຕ້ແຜນວຽກງານອາຊຽນກ່ຽວກັບໄວຫນຸ່ມ 2021-2025. ພາຍຫຼັງການແຂ່ງຂັນ, ບັນດາຜູ້ເຂົ້າຮ່ວມຊາວໜຸ່ມອາຊຽນຈະໄດ້ເຂົ້າຮ່ວມໃນຫຼາຍກິດຈະກໍາທີ່ຈະດໍາເນີນຢູ່ ສປປ ລາວ ລວມທັງການລົງເລິກ ແລະ ຢ້ຽມຢາມບັນດາສະຖານທີ່ທີ່ເຂົາເຈົ້າຈະໄດ້ຮຽນຮູ້ໂດຍຕົງກ່ຽວກັບໂຄງການການຮ່ວມມືລະຫວ່າງປະເທດ ແລະ ຄວາມຍືນຍົງ.