On 18 September 2024, Philippine Ambassador Deena Joy Amatong represented Philippine Secretary of Environment and Natural Resources Maria Antonia Yulo-Loyzaga at the ASEAN-Mekong River Commission (MRC) 2nd Water Security Dialogue. The Dialogue was opened by Deputy Prime Minister, Foreign Minister, and 2024 ASEAN Chair Saleumxay Kommasith and Minister of Natural Resources and Environment, Chair of the Lao National Mekong Committee, and 2024 Chair of the MRC Council Dr. Bounkham Vorachit. It was also opened and co-chaired by the MRC Chief Executive Officer Anoulak Kittikhoun. Ministers, chairs of MRC countries, and other Ambassadors and representatives from ASEAN participated in the Dialogue.
The chairs and Ministers of ASEAN and MRC members emphasized the importance of achieving a connected, resilient, and water-secure ASEAN through cooperation in areas such as infrastructure investment, institutional linkages, and advanced monitoring, data sharing, and disaster management. In her intervention, Ambassador Amatong shared the experience of the Philippines in integrated water resource management (IWRM), ecosystem-based management, and in the establishment of the country’s River Basin Management Councils.
All ASEAN and MRC members manifested their commitment to actively contribute toward water security in the region, including through investments, exchange of knowledge and technologies, data sharing, and other regional collaboration and partnerships.
(Lao translation)
ໃນວັນທີ 18 ກັນຍາ 2024, ທ່ານນາງ Deena Joy Amatong ເອກອັກຄະລັດຖະທູດຟີລິບປິນ ໄດ້ຕາງໜ້າແທນ ທ່ານນາງ Maria Antonia Yulo-Loyzaga, ລັດຖະມົນຕີ ກະຊວງສິ່ງແວດລ້ອມ ແລະ ຊັບພະຍາກອນທຳມະຊາດ ປະເທດຟີລິບປິນ ໃນການເຂົ້າຮ່ວມ ກອງປະຊຸມເວທີສົນທະນາຄວາມໝັ້ນຄົງທາງນ້ຳຄັ້ງທີ 2 ຂອງອົງການແມ່ນ້ຳຂອງ-ອາຊຽນ ຫລື MRC. ເຊິ່ງແມ່ນການເປັນປະທ່ານຮ່ວມໂດຍ ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີວ່າການກະຊວງການຕ່າງປະເທດ, ແລະ ທ່ານ ສະເຫຼີມໄຊ ກົມມະສິດ ເຊິ່ງແມ່ນປະທານອາຊຽນ ປີ2024 ແລະ ລັດຖະມົນຕີວ່າການກະຊວງຊັບພະຍາກອນ ແລະ ສິ່ງແວດລ້ອມ, ປະທານອົງການແມ່ນ້ຳຂອງແຫ່ງຊາດລາວ, ທ່ານ ບຸນຄຳ ວໍລະຈິດ ປະທານຄະນະກຳມາທິການແມ່ນ້ຳຂອງແຫ່ງຊາດລາວ ປີ 2024, ແລະ ການເປັນເປັນເຈົ້າພາບຮ່ວມຂອງ ທ່ານ ອະນຸລັກ ກິດຕິຄຸນ ຫົວໜ້າກອງເລຂາ ຄະນະກຳມາທິການແມ່ນ້ຳຂອງສາກົນ ພ້ອມໜ້າ ບັນດາລັດຖະມົນຕີ, ປະທານບັນດາປະເທດ MRC, ເອກອັກຄະລັດຖະທູດ ແລະ ຜູ້ຕາງໜ້າຂອງອາຊຽນ ໄດ້ເຂົ້າຮ່ວມການສົນທະນານີ້.
ບັນດາທ່ານປະທານກອງປະຊຸມ ແລະ ລັດຖະມົນຕີຂອງອາຊຽນ ແລະ ສະມາຊິກ MRC ໄດ້ເນັ້ນໜັກເຖິງຄວາມສຳຄັນຂອງການບັນລຸເປົ້າໝາຍອາຊຽນໃນການເຊື່ອມຈອດ, ສ້າງຄວາມເຂັ້ມແຂງ, ແລະ ຄວາມໝັ້ນຄົງທາງນ້ຳ ໂດຍຜ່ານການຮ່ວມມືໃນຂົງເຂດຕ່າງໆ ເຊັ່ນ: ການລົງທຶນດ້ານພື້ນຖານໂຄງລ່າງ, ການເຊື່ອມໂຍງຂອງສະຖາບັນ ແລະ ການຕິດຕາມກວດກາຂັ້ນສູງ, ການແບ່ງປັນຂໍ້ມູນ ແລະ ການຄຸ້ມຄອງໄພພິບັດ. ໃນນັ້ນ, ທ່ານເອກອັກຄະລັດຖະທູດ Amatong ໄດ້ແບ່ງປັນປະສົບການຂອງຟີລິບປິນໃນການຄຸ້ມຄອງຊັບພະຍາກອນນ້ໍາແບບປະສົມປະສານ (IWRM), ໂຄງການການຄຸ້ມຄອງລະບົບນິເວດ, ແລະ ການເສີມສ້າງຄວາມສາມາດຂອງສະພາການຄຸ້ມຄອງອ່າງແມ່ນໍ້າຂອງປະເທດ.
ທ່ານເອກອັກຄະລັດຖະທູດ Amatong ຕາງຫນ້າປະເທດຟິລິບປິນ ໄດ້ສະແດງຄວາມເຫັນອົກເຫັນໃຈຕໍ່ກັບການສູນເສຍທາງດ້ານຊີວິດ, ຊັບສິນ, ແລະ ຜົນກະທົບອື່ນໆຈາກພາຍຸໄຕ້ຝຸ່ນ ແລະ ໄພນ້ຳຖ້ວມທີ່ເກີດຂຶ້ນໃນ ສປປ ລາວ ແລະ ພາກພື້ນແມ່ນ້ຳຂອງ.
ສະມາຊິກປະເທດອາຊຽນ ແລະ MRC ທັງໝົດໄດ້ໃຫ້ຄຳໝັ້ນສັນຍາທີ່ຈະປະກອບສ່ວນຢ່າງຕັ້ງໜ້າໃຫ້ແກ່ຄວາມໝັ້ນຄົງທາງນ້ຳໃນພາກພື້ນ, ລວມທັງການລົງທືນ, ການແລກປ່ຽນຄວາມຮູ້ ແລະ ເຕັກໂນໂລຊີ, ການແບ່ງປັນຂໍ້ມູນ ແລະ ການຮ່ວມມື ແລະ ຄູ່ຮ່ວມມືໃນພາກພື້ນອື່ນໆ.