MENU

Chess Team 1

Thirteen members of the Philippine Chess team, including children aged 9-17 years old, are currently in Vientiane to participate in the ongoing 22nd ASEAN+ Age Group Chess Championships, which started on 21 August and will run until 31 August 2024.

On 28 August 2024, Philippine Ambassador to the Lao PDR Deena Joy Amatong welcomed to the Embassy the young chess masters, accompanied by their parents or guardians, coaches, and coordinators from the Philippine Chess Federation. Ambassador Amatong congratulated the delegation on the wins so far and wished them the best of luck for the next rounds.

The ASEAN+ Age-group Chess Championships, held annually since 2000, is organized by the ASEAN Chess Confederation and is open to both players in the ASEAN region and all countries throughout Asia.

[Lao translation]

ທີມ​ໝາກ​ເສິກ​ຟີ​ລິບ​ປິນ​ເຂົ້າ​ຮ່ວມ ​ການ​ແຂ່ງ​ຂັນ ​ໝາກ​ເສິກ ​ອາ​ຊຽນ​ ຄັ້ງ​ທີ 22

ສະມາຊິກທີມ​ໝາກ​ເສິກຂອງຟີລິບປິນ 13 ຄົນ ເຊິ່ງລວມມີເດັກຕັ້ງແຕ່ອາຍຸ 9-17 ປີ ແມ່ນກໍາລັງຢູ່ທີ່ນະຄອນຫຼວງວຽງຈັນຕອນນີ້ ເພື່ອເຂົ້າຮ່ວມການແຂ່ງຂັນ ​ໝາກ​ເສິກປະເພດກຸ່ມອາຍຸອາຊຽນ+ ຄັ້ງທີ 22 ເຊິ່ງເລີ່ມຂຶ້ນຕັ້ງແຕ່ວັນທີ 21 ສິງຫາ ແລະ ຈະດຳເນີນໄປຮອດວັນທີ 31 ສິງຫາ 2024.

ໃນວັນທີ 28 ສິງຫາ 2024, ທ່ານ ນາງ Deena Joy Amatong ເອກອັກຄະລັດຖະທູດ ຟີລິບປິນ ປະຈຳ ສປປ ລາວ ໄດ້ໃຫ້ການຕ້ອນຮັບ ບັນດານັກກິລາໝາກເສິກ ທີ່ສະຖານທູດ, ພ້ອມດ້ວຍພໍ່ແມ່ ຫຼື ຜູ້ປົກຄອງ, ຄູເຝິກ ແລະ ຜູ້ປະສານງານຈາກສະຫະພັນໝາກເສິກຟີລິບປິນ. ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ ອາມາຕອງ ໄດ້​ສະ​ແດງ​ຄວາມ​ຊົມ​ເຊີຍ​ຕໍ່​ຄະ​ນະ​ຜູ້​ແທນ​ທີ່​ໄດ້​ຮັບ​ໄຊ​ຊະ​ນະ​ມາ​ຮອດ​ປະ​ຈຸ​ບັນ ແລະ ຂໍ​ອວຍ​ພອນ​ໃຫ້​ເຂົາ​ເຈົ້າ​ໂຊກ​ດີ​ໃນ​ຮອບ​ຕໍ່​ໄປ.

ການແຂ່ງຂັນໝາກເສິກປະເພດກຸ່ມອາຍຸອາຊຽນ+, ໄດ້ຈັດຂຶ້ນທຸກໆປີນັບຕັ້ງແຕ່ປີ 2000 ເປັນຕົ້ນມາ, ເຊິ່ງຈັດຂຶ້ນໂດຍສະຫະພັນໝາກເສິກອາຊຽນ ແລະ ເປີດໃຫ້ຜູ້ຫຼິ້ນທັງໃນພາກພື້ນອາຊຽນ ແລະ ທຸກປະເທດໃນທົ່ວທະວິບອາຊີ.

Chess Team 2