Philippine Commission on Women Chair Ermelita Valdeavilla led the Philippine delegation to the 3rd ASEAN Women Leaders’ Summit held on 21-23 August 2024 in Vientiane, Lao PDR.
Opened by Lao PDR Prime Minister Sonexay Siphandone, the Summit took the theme of “Strengthening the Care Economy and Resilience towards ASEAN Community Post-2025” with the primary objective of promoting the care economy agenda and addressing the challenges in supporting women and girls in the context of resilience building.
Philippine President Ferdinand R. Marcos, Jr. and other ASEAN leaders also delivered video messages during the Summit.
The Municipality of Quinapondan, Eastern Samar was given the Care Economy Recognition Awards for its WE Care project (Women’s Economic Empowerment and Care). With the support of Oxfam, officials of the Municipality of Quinapondan implemented policies promoting the equitable redistribution of responsibilities for care between women and men.
The Summit was organized and led by the Lao Women’s Union, headed by its President, Mme. Aly Vongnobountham. LWU is a women’s rights organization established in 1955 to promote the role of women under the National Constitution. The Philippine Embassy in Vientiane regularly collaborates with the LWU on projects to advance the Gender and Development agenda.
[Lao translation]
ທ່ານນາງ Ermelita Valdeavilla, Commission on Women Chairperson ໄດ້ນຳພາຄະນະຜູ້ແທນຟີລິບປິນເຂົ້າຮ່ວມ ກອງປະຊຸມສຸດຍອດ ການນຳແມ່ຍິງອາຊຽນ ຄັ້ງທີ 3 ທີ່ຈັດຂຶ້ນໃນວັນທີ 21-23 ສິງຫາ 2024 ທີ່ນະຄອນຫຼວງວຽງຈັນ, ສປປ ລາວ.
ກອງປະຊຸມແມ່ນໄດ້ໄຂຂຶ້ນຢ່າງເປັນທາງການ ໂດຍການເປັນປະທານຂອງ ທ່ານ ສອນໄຊ ສີພັນດອນ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ, ກອງປະຊຸມດັ່ງກ່າວແມ່ນໄດ້ດຳເນີນພາຍໃຕ້ຫົວຂໍ້ “ການສ້າງຄວາມເຂັ້ມແຂງທາງດ້ານເສດຖະກິດການເບີ່ງແຍງດູແລ ແລະ ການສົ່ງເສີມຄວາມສາມາດໃນການດັດປັບ ເພື່ອການກ້າວເຂົ້າສູ່ປະຊາຄົມອາຊຽນແບບຢືນຢົງພາຍຫລັງປີ 2025” ໂດຍມີເປົ້າໝາຍຕົ້ນຕໍ ສົ່ງເສີມວຽກງານເສດຖະກິດການດູແລເບິ່ງແຍງ ແລະ ແກ້ໄຂສິ່ງທ້າທາຍ ເພື່ອສະໜັບສະໜູນ, ເສີມສ້າງຄວາມສາມາດໃນການດັດປັບຂອງແມ່ຍິງ ແລະ ເດັກຍິງ.
ໃນລະຫວ່າງກອງປະຊຸມນີ້ ທ່ານ Ferdinand R. Marcos, Jr ປະທານາທິບໍດີ ປະເທດຟີລິບປິນ ແລະ ບັນດາຜູ້ນຳອາຊຽນອື່ນໆແມ່ນໄດ້ມີສົ່ງຂໍ້ຄວາມທາງວີດີໂອມາຮ່ວມອີກດ້ວຍ.
ເທດສະບານເມືອງ Quinapondan ເຂດ Samar ຕາເວັນອອກ ແມ່ນໄດ້ຮັບລາງວັນ Care Economy Recognitio ສໍາລັບໂຄງການ WE Care (ໂຄງການການເສີມສ້າງຄວາມເຂັ້ມແຂງທາງດ້ານເສດຖະກິດ ແລະ ການເບິ່ງແຍງຂອງແມ່ຍິງ) ພະນັກງານຂອງເທດສະບານ Quinapondan ເອງກໍໄດ້ມີການນໍາເອົານະໂຍບາຍທີ່ສົ່ງເສີມການກະຈາຍຄວາມຮັບຜິດຊອບໃນການເບິ່ງແຍງດູແລລະຫວ່າງຍິງ ແລະ ຊາຍຢ່າງເທົ່າທຽມກັນ ໄປປະຕິບັດໂຕຈິງ ໂດຍໄດ້ຮັບການສະໜັບສະໜູນຂອງອົງການ Oxfam.
ກອງປະຊຸມສຸດຍອດດັ່ງກ່າວແມ່ນໄດ້ຮັບການຈັດຕັ້ງ ແລະ ນຳພາໂດຍສະຫະພັນແມ່ຍິງລາວ(LWU), ໂດຍການເປັນປະທານຂອງ ທ່ານນາງ ອາລີ ວົງໜໍ່ບຸນທໍາ. LWU ແມ່ນອົງການວ່າດ້າຍສິດທິຂອງແມ່ຍິງທີ່ໄດ້ຮັບການສ້າງຕັ້ງຂຶ້ນໃນປີ 1955 ເພື່ອສົ່ງເສີມບົດບາດຂອງແມ່ຍິງພາຍໃຕ້ລັດຖະທໍາມະນູນແຫ່ງຊາດ. ໃນນີ້, ສະຖານທູດຟີລິບປິນ ປະຈໍານະຄອນຫລວງວຽງຈັນ ກໍໄດ້ມີການຮ່ວມມືກັບ LWU ເປັນປະຈໍາກ່ຽວກັບໂຄງການຕ່າງໆ ເພື່ອກ້າວໄປເຖິງວາລະບົດບາດທາງດ້ານຍິງ-ຊາຍ ແລະ ການພັດທະນາ.