Department of Foreign Affairs Undersecretary for Bilateral Relations and ASEAN Affairs and Philippine ASEAN Senior Official Ma. Theresa P. Lazaro led the Philippine delegation to the ASEAN SOM and Related Meetings held on 20-23 August 2024 in the Lao PDR. The ASEAN SOM and Related Meetings included The Working Group Members’ Meeting of the Southeast Asia Nuclear Weapon Free Zone Commission (SEANWFZ), ASEAN Connectivity Coordinating Committee (ACCC) Meeting, ASEAN Plus Three Senior Officials’ Meeting (APT SOM), and East Asia Summit Senior Officials’ Meeting (EAS SOM). The delegation also met bilaterally with several ASEAN members and partners to discuss common interests and regional issues.
The Meeting, chaired by Lao PDR Deputy Minister of Foreign Affairs and Lao ASEAN Senior Official Thongphane Savanphet, discussed and reviewed the implementation of priority areas for the ASEAN Community Vision 2045. The participants underscored the importance of ASEAN's partnerships with external parties during the APT SOM and EAS SOM, and the need for thorough preparation for the upcoming 44th and 45th ASEAN Summits and Related Summits to be held on 8-11 October 2024.
(Lao translation)
ທ່ານນາງ Theresa P. Lazaro ຮອງລັດຖະມົນຕີກະຊວງການຕ່າງປະເທດ ແລະ ການພົວພັນທະວີພາຄີ ອາຊຽນ ແລະ ເຈົ້າໜ້າທີ່ອາວຸໂສ ອາຊຽນ ປະເທດຟີລິບປິນ ໄດ້ນໍາພາຄະນະຜູ້ແທນຟີລິບປິນເຂົ້າຮ່ວມກອງປະຊຸມ SOM ອາຊຽນ ແລະ ກອງປະຊຸມທີ່ກ່ຽວຂ້ອງ ທີ່ໄດ້ຈັດຂຶ້ນໃນວັນທີ 20-23 ສິງຫາ 2024 ຢູ່ ສປປ ລາວ. ກອງປະຊຸມ SOM ອາຊຽນ ແລະ ບັນດາກອງປະຊຸມທີ່ກ່ຽວຂ້ອງ ລວມມີ ກອງປະຊຸມສະມາຊິກຄະນະກໍາມາທິການເຂດປອດອາວຸດນິວເຄຼຍອາຊີຕາເວັນອອກສ່ຽງໃຕ້(SEANWFZ), ກອງປະຊຸມຄະນະກໍາມະການປະສານງານການເຊື່ອມຕໍ່ອາຊຽນ (ACCC), ກອງປະຊຸມເຈົ້າໜ້າທີ່ອາວຸໂສອາຊຽນບວກສາມ (APT SOM), ແລະ ກອງປະຊຸມສຸດຍອດເຈົ້າໜ້າທີ່ອາວຸໂສພາກພື້ນອາຊີຕາເວັນອອກ(EAS SOM). ໃນນັ້ນ, ບັນດາຄະນະຜູ້ແທນຍັງໄດ້ພົບປະສອງຝ່າຍກັບບັນດາສະມາຊິກອາຊຽນ ແລະ ບັນດາຄູ່ຮ່ວມມື ເພື່ອປຶກສາຫາລືກ່ຽວກັບຜົນປະໂຫຍດລວມ ແລະ ບັນດາບັນຫາພາກພື້ນອີກດ້ວຍ.
ກອງປະຊຸມດັ່ງກ່າວ ແມ່ນໄດ້ຮັບການເປັນປະທານໂດຍ ທ່ານ ທອງພັນ ສະຫວັນເພັດ ຮອງລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ແລະ ເຈົ້າໜ້າທີ່ອາວຸໂສອາຊຽນ ຂອງ ສປປ ລາວ ທີ່ໄດ້ປຶກສາຫາລື ແລະ ທົບທວນຄືນການຈັດຕັ້ງປະຕິບັດບັນດາຂົງເຂດບູລິມະສິດຂອງວິໄສທັດປະຊາຄົມອາຊຽນ 2045. ບັນດາຜູ້ເຂົ້າຮ່ວມໄດ້ເນັ້ນໜັກເຖິງຄວາມສຳຄັນຂອງການພົວພັນຄູ່ຮ່ວມມືຂອງອາຊຽນ ກັບບັນດາພາກສ່ວນພາຍນອກໃນໄລຍະກອງປະຊຸມ APT SOM ແລະ EAS SOM, ແລະ ຄວາມຮຽກຮ້ອງຕ້ອງການຂອງການກະກຽມຢ່າງລະອຽດເພື່ອໃຫ້ກອງປະຊຸມສຸດຍອດອາຊຽນຄັ້ງທີ 44 ແລະ 45 ແລະ ກອງປະຊຸມສຸດຍອດທີ່ກ່ຽວຂ້ອງຈະຈັດຂຶ້ນໃນວັນທີ 8-11 ຕຸລາ 2024 ນີ້.