MENU

ECCE Meeting May 2024

Philippine Department of Education, led by Undersecretary Gina O. Gonong, participated in the ASEAN Ministerial Meeting on Ensuring Equal Access to Quality Early Childhood Development and Care held on 15 May 2024 at the Landmark Mekong Riverside Hotel.

With the theme “Building Climate Resilience from the Start: Early Childhood Education for Sustainable Future”, participants discussed ways to attain Sustainable Development Goals (SDG) related to education; and were given the opportunity to present their vision for their respective countries and for the ASEAN region.

Prior to the Ministerial Meeting, the Southeast Asia Regional Forum on Ensuring Equal Access to Quality Early Childhood Care and Education was convened. Forum participants exchanged views on the increasing impact of climate change on pre-school children.

 

(Lao Translation)

ກະຊວງສຶກສາທິການຟີລິບປິນ ນຳໂດຍຮອງລັດຖະມົນຕີ Gina O. Gonong ໄດ້ເຂົ້າຮ່ວມກອງປະຊຸມລັດຖະມົນຕີອາຊຽນ ວ່າດ້ວຍການຮັບປະກັນການເຂົ້າເຖິງຄຸນນະພາບການພັດທະນາ ແລະ ການເບິ່ງແຍງເດັກກ່ອນໄວຮຽນ ທີ່ໄດ້ຈັດຂຶ້ນໃນວັນທີ 15 ພຶດສະພາ 2024 ທີ່ໂຮງແຮມແລນມາກ ແມ່ນໍ້າຂອງ.

ດ້ວຍ​ຫົວ​ຂໍ້ “ສ້າງ​ຄວາມ​ທົນ​ທານ​ຕໍ່​ດິນ​ຟ້າ​ອາ​ກາດ​ຕັ້ງ​ແຕ່​ຕົ້ນ: ການ​ສຶກ​ສາ​ໃນ​​ເດັກກ່ອນໄວຮຽນ​ເພື່ອ​ອະ​ນາ​ຄົດ​ແບບ​ຍືນ​ຍົງ”, ຜູ້​ເຂົ້າ​ຮ່ວມ​ໄດ້​ປຶກ​ສາ​ຫາ​ລື​ວິ​ທີ​ການ​ບັນ​ລຸ​ເປົ້າ​ໝາຍ​ການ​ພັດ​ທະ​ນາ​ແບບ​ຍືນ​ຍົງ (SDG) ທີ່​ຕິດ​ພັນ​ກັບ​ການ​ສຶກ​ສາ; ແລະ​ ໄດ້​ຮັບ​ໂອກາດ​ໃນ​ການ​ນໍາ​ສະ​ເໜີ​ວິ​ໄສ​ທັດ​ຂອງ​ຕົນ​ຕໍ່​ປະ​ເທດ​ຕົນ ​ແລະ ​ໃນ​ພາກ​ພື້ນ​ອາ​ຊຽນ.

ກ່ອນ​ກອງ​ປະຊຸມ​ລັດຖະມົນຕີ, ​ກອງປະຊຸມພາກ​ພື້ນ​ອາຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້​ກ່ຽວ​ກັບ ​ການ​ຮັບປະກັນ​ການ​ເຂົ້າ​ເຖິງ​ຄຸນ​ນະພາ​ບຂອງການ​ເບິ່ງແຍງ​ເດັກກ່ອນໄວຮຽນ​ ​ແລະ ການ​ສຶກສາ​ໄດ້ມີ​ຈັດ​ຂຶ້ນກ່ອນຫນ້າ. ຜູ້​ເຂົ້າ​ຮ່ວມ​ກອງປະຊຸມ​ໄດ້​ແລກປ່ຽນ​ຄວາມ​ຄິດ​ເຫັນ​ກ່ຽວ​ກັບຜົນກະທົບ​ການ​ເພີ່ມ​ຂຶ້ນ​ຂອງ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ​ຕໍ່​ເດັກ​ກ່ອນ​ໄວ​ຮຽນ.