MENU

ARF Meetings May 2024

On 8 and 9 May 2024, officials from the Department of Foreign Affairs and the Department of National Defense participated in the ASEAN Regional Forum (ARF) Defence Officials’ Dialogue (DOD) and ARF Inter-Sessional Support Group Meeting on Confidence Building Measures and Preventive Diplomacy (ISG on CBMs and PD), both held in Vientiane.

The ASEAN Regional Forum, which was established in 1994, currently has 27 members including the ten ASEAN Members; ten ASEAN Dialogue Partners; Bangladesh, the Democratic People's Republic of Korea, Mongolia, Pakistan, Sri Lanka, Papua New Guinea, and Timor-Leste.

The ARF DOD primarily aims to promote understanding, confidence building, and networking among ARF defense officials through discussions on various issues of common interest. This year’s DOD tackled topics on cooperative responses to emerging security threats and enhancing readiness for emergency response and climate change adaptation.

Meanwhile, the ARF ISG on CBMs and PD aims to enhance the security environment of the Asia-Pacific region through dialogue and cooperation, and the conduct of various seminars and capacity-building projects that covers a wide range of topics including disaster relief (DR), non-proliferation and disarmament (NPD), counter-terrorism and transnational crime (CTTC), maritime security (MS), and ICT security. The ARF Senior Officials’ Meeting (ARF SOM) will be convened next month in Vientiane.

(Lao Translation)

ໃນວັນ​ທີ 8 ແລະ 9 ພຶດສະພາ 2024, ​ພະນັກງານ​ກະຊວງ​ການ​ຕ່າງປະ​ເທດ ​ແລະ ກົມ​ໃຫຍ່​ປ້ອງ​ກັນ​ປະ​ເທດ​ໄດ້​ເຂົ້າ​ຮ່ວມ ​ກອງປະຊຸມເຈົ້າໜ້າທີ່ປ້ອງກັນຊາດເວທີພາກພື້ນອາຊຽນ (ARF DOD) ​ແລະ ກອງ​ປະຊຸມເວທີພາກພື້ນອາຊຽນກາງສະໄໝຂອງກຸ່ມຊ່ວຍເຫຼືອວຽກ ວ່າດ້ວຍມາດ​ຕະການ​ສ້າງ​ຄວາມ​ໄວ້ເນື້ອເຊື່ອໃຈ ​ແລະ ການທູດປ້ອງກັນເຫດ. (ISG on CBMs and PD), ທີ່ໄດ້ຈັດຂຶ້ນຢູ່ ນະຄອນຫຼວງວຽງຈັນ.

ກອງປະຊຸມເວທີພາກ​ພື້ນ​ອາ​ຊຽນ ​ໄດ້​ຮັບ​ການ​ສ້າງ​ຕັ້ງ​ຂຶ້ນ​ໃນ​ປີ 1994, ປະຈຸ​ບັນ​ມີ 27 ປະ​ເທດ​ສະມາຊິກ​ໃນ​ນັ້ນ​ມີ 10 ປະ​ເທດ​ສະມາຊິກ​ອາ​ຊຽນ; ສິບຄູ່ເຈລະຈາຂອງອາຊຽນ; ບັງ​ກາລາ​ເທດ, ສາທາລະນະ​ລັດ​ປະຊາທິປະ​ໄຕ​ປະ​ຊາ​ຊົນ​ສ.​ເກົາຫຼີ, ມົງ​ໂກ​ນ, ປາ​ກີ​ສະຖານ, ສີ​ລັງກາ, ປາ​ປົວ​ນິວກີ​ນີ, ​ແລະ ຕີ​ມໍ​ເລດເຕ.

ເປົ້າໝາຍຫລັກຂອງ ກອງປະຊຸມເຈົ້າໜ້າທີ່ປ້ອງກັນຊາດເວທີພາກພື້ນອາຊຽນ (ARF DOD) ແມ່ນແນໃສ່ຊຸກຍູ້ຄວາມເຂົ້າໃຈ, ສ້າງຄວາມໝັ້ນໃຈ, ການສ້າງເຄືອຂ່າຍລະຫວ່າງບັນດາເຈົ້າໜ້າທີ່ປ້ອງກັນປະເທດເວທີພາກພື້ນອາຊຽນ (ARF) ຜ່ານການປຶກສາຫາລືກ່ຽວກັບບັນດາບັນຫາທີ່ສອດຄ່ອງ. DOD ປີນີ້ໄດ້ແນໃສ່ແກ້ໄຂຫົວຂໍ້ກ່ຽວກັບການຮ່ວມມືການຕອບໂຕ້ຕໍ່ກັບໄພຂົ່ມຂູ່ດ້ານຄວາມປອດໄພທີ່ເກີດຂຶ້ນ ແລະ ເພື່ອເພີ່ມຄວາມພ້ອມສໍາລັບທ່າຮັບໃນສະພາວະສຸກເສີນ ແລະ ການປັບຕົວຕໍ່ກັບການປ່ຽນແປງຂອງດິນຟ້າອາກາດ.

ພ້ອມ​ກັນ​ນັ້ນ, ກອງ​ປະຊຸມເວທີພາກພື້ນອາຊຽນກາງສະໄໝຂອງກຸ່ມຊ່ວຍເຫຼືອວຽກ ວ່າດ້ວຍມາດ​ຕະການ​ສ້າງ​ຄວາມ​ໄວ້ເນື້ອເຊື່ອໃຈ ​ແລະ ການທູດປ້ອງກັນເຫດ (ARF ISG on CBMs and PD) ກໍໄດ້ແນໃສ່​​ການ​ເພີ່ມ​ທະວີ​ີຄວາມ​ປອດ​ໄພທາງດ້ານສິ່ງສະພາບ​ແວດ​ລ້ອມ​​ ຂອງ​ພາກ​ພື້ນ​ອາຊີ - ປາຊີ​ຟິກ ​ໂດຍ​ຜ່ານ​ການ​ເຈລະຈາ ​ແລະ ການ​ຮ່ວມ​ມື, ການດຳ​ເນີນ​ບັນດາ​ກອງ​ປະຊຸມ​ສຳ​ມະ​ນາ​ຕ່າງໆ ​ແລະ ຄວາມອາດສາມາດໃນການຈັດຕັ້ງ​ໂຄງການ​ ​ທີ່​ສາມາດກວມ​ເອົາ​ບັນດາ​ຫຼາຍຫົວຂໍ້​ທີ່​ກ້ວາງ​ຂວາງ ​ລວມທັງ​ການ​ບັນເທົາທຸກຈາກ​ໄພພິບັດ (DR), ການບໍ່ແຜ່ຂະຫຍາຍ ແລະ ການປົດອາວຸດ (NPD), ການຕ້ານການກໍ່ການຮ້າຍ ແລະ ອາດຊະຍາກຳຂ້າມຊາດ (CTTC), ຄວາມໝັ້ນຄົງທາງທະເລ (MS), ແລະ ຄວາມປອດໄພທາງດ້ານເຕັກໂນໂລຊີ (ICT). ກອງ​ປະຊຸມ​ເຈົ້າ​ໜ້າ​ທີ່​ອາວຸ​ໂສພາກພື້ນອາຊຽນ (ARF SOM) ແມ່ນຈະ​ໄດ້ຈັດ​ຂຶ້ນ​ເດືອນ​ໜ້າ​ ທີ່ ​ນະຄອນຫຼວງ​ວຽງ​ຈັນ.