MENU

Mulberry Opening Joomla

Philippine Ambassador Deena Joy Amatong joined the Opening Ceremony of Phontong Cooperative & Mulberries Center on 17 January 2024. The Center is an initiative of Mme. Kommaly Chanthavong, a 2015 Ramon Magsaysay Awardee. Former Secretary for Foreign Affairs and a member of the board of the Ramon Magsaysay Award Foundation Delia D. Albert was also present at the inauguration.


The opening ceremony was graced by Lao Vice President Pany Yathotou, Minister of Industry and Commerce Malaithong Kommasith, Vientiane Capital Governor Atsaphanthong Siphandone, and Madam Naly Sisoulith, spouse of Lao President Thongloun Sisoulith.

Phontong Cooperative & Mulberries Center aims to revive and encourage the Lao traditional practice of silk fiber production, by providing training in silk worm rearing, art and craft practices of weaving.

(Lao Translation)

ທ່ານ​ ນາງ ດີນາ ຈອຍ ອາມາຕອງ ​ເອກ​ອັກຄະ​ລັດຖະທູດ​ຟີ​ລິບ​ປິນ ​ໄດ້​ເຂົ້າ​ຮ່ວມ​ພິທີ​ເປີດ​ສູນ​ສະຫະກອນ ​ແລະ ​ປູກ​ໄໝມອນໂພນ​ທອງ ​ໃນ​ວັນ​ທີ 17 ມັງກອນ 2024. ສູນ​ດັ່ງກ່າວ​ແມ່ນ​ຂໍ້​ລິ​ເລີ່​ມຂອງ ທ່ານ ນາງ ກົມມະລີ ຈັນທະວົງ ທີ່ໄດ້ຮັບລາງວັນ Ramon Magsaysay ໃນປີ 2015. ທ່ານ ນາງ ເດເລຍ ດີ ເອວເບີດ, ອະດີດລັດຖະມົນຕີກະຊວງການຕ່າງປະເທດ ແລະ ສະມາຊິກຄະນະກຳມະການຂອງມູນນິທິລາງວັນ Ramon Magsaysay ກໍໄດ້ມີກຽດເຂົ້າຮ່ວມໃນພິທີດັ່ງກ່າວ.

ພິທີການເປີດງານແມ່ນໄດ້ຮັບກຽດກ່າວເປີດໂດຍ ທ່ານ ນາງ ປານີ ຢາທໍ່ຕູ້ ຮອງປະທານປະເທດລາວ, ທ່ານ ມາໄລທອງ ກົມມະສິດ, ລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ, ທ່ານ ອາດສະພັງທອງ ສີພັນດອນ, ເຈົ້າຄອງນະຄອນຫຼວງວຽງຈັນ ແລະ ທ່ານ ນາງ ນາລີ ສີສຸລິດ, ພັນລະຍາ ທ່ານ ທອງລຸນ ສີສຸລິດ ປະທານປະເທດລາວ.

ສູນສະຫະກອນ ແລະ ປູກໄໝມອນໂພນທອງ ມຸ່ງໄປເຖິງການຟື້ນຟູ ແລະ ສົ່ງເສີມການຜະລິດເສັ້ນໃຍພື້ນເມືອງຂອງລາວ, ໂດຍການໃຫ້ການຝຶກອົບຮົມກ່ຽວກັບການລ້ຽງໜອນໄໝ, ສິລະປະ ແລະ ຫັດຖະກຳຕໍ່າແຜ່ນແພ.